ສາລະບານ
ສາລະບານ
ລະບົບ PhaPay ("ບໍລິສັດ") ໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ການປົກປ້ອງຂໍ້ມູນສ່ວນບຸກຄົນຂອງຜູ້ ນຳ ໃຊ້ລະບົບ ("ທ່ານ"). ນະໂຍບາຍນີ້ອະທິບາຍເຖິງວິທີການທີ່ພວກເຮົາເກັບກຳ, ນຳໃຊ້, ເປີດ ເຜີຍ ແລະ ປົກປ້ອງຂໍ້ມູນສ່ວນບຸກຄົນຂອງທ່ານ.
1. ຂໍ້ມູນສ່ວນຕົວທີ່ເກັບກຳ
ບໍລິສັດ ຈະເກັບຮວບຮວມຂໍ້ມູນທີ່ທ່ານໄດ້ໃຫ້ໄວ້ໂດຍກົງ ຫຼື ຂໍ້ມູນທີ່ໄດ້ຮັບຈາກການໃຫ້ບໍລິການ ຜ່ານທຸກຊ່ອງທາງ ດັ່ງນີ້:
- ຊື່ ແລະ ນາມສະກຸນ (ພາສາລາວ ແລະ ພາສາອັງກິດ)
- ເບີໂທລະສັບ
- ອີເມວ
- ເລກບັດປະຈຳຕົວ, ໃບຂັບຂີ່ ຫຼື ໜັງສືຜ່ານແດນ (ລວມທັງຮູບພາບ)
- ເລກບັນຊີທະນາຄານ
- ປະເພດທຸລະກິດ
- ເວັບໄຊທ໌ ຫຼື Platforms ທີ່ເຊື່ອມຕໍ່ກັບ PhaPay
- ຂໍ້ມູນການເຮັດທຸລະກຳ
2. ຈຸດປະສົງໃນການນຳໃຊ້ຂໍ້ມູນ
ບໍລິສັດນຳໃຊ້ຂໍ້ມູນຂອງທ່ານເພື່ອຈຸດປະສົງດັ່ງຕໍ່ໄປນີ້:
- ເພື່ອຢືນຢັນ ແລະ ລະບຸຕົວຕົນຂອງເຈົ້າຂອງບັນຊີທີ່ນຳໃຊ້ລະບົບ.
- ເພື່ອເປັນຊ່ອງທາງການຕິດຕໍ່ສື່ສານ, ແຈ້ງເຕືອນ ຫຼື ຮັບຂໍ້ມູນຕ່າງໆ.
- ເພື່ອສະເໜີສິດທິປະໂຫຍດ, ໂປຣໂມຊັນ, ຜະລິດຕະພັນ ແລະ ບໍລິການທີ່ກ່ຽວຂ້ອງ.
- ເພື່ອການດຳເນີນທຸລະກິດຂອງບໍລິສັດ ເຊັ່ນ: ການວິເຄາະຂໍ້ມູນ, ການກວດສອບ, ການພັດທະນາຜະລິດຕະພັນໃໝ່, ແລະ ການປັບປຸງບໍລິການ.
- ເພື່ອການດຳເນີນງານທີ່ຈຳເປັນ ແລະ ເໝາະສົມ ເຊັ່ນ:
- • ກວດສອບ ແລະ ປ້ອງກັນການກະທຳທີ່ລະເມີດກົດໝາຍ.
- • ປົກປ້ອງການດຳເນີນທຸລະກິດ, ສິດ, ຄວາມປອດໄພ ຫຼື ຊັບສິນຂອງບໍລິສັດ, ບຸກຄະລາກອນ ແລະ ເຈົ້າຂອງຂໍ້ມູນ.
- • ຊ່ວຍເຫຼືອ, ປ້ອງກັນ ຫຼື ຈຳກັດຄວາມເສຍຫາຍທີ່ອາດເກີດຂຶ້ນ.
- ເພື່ອປະຕິບັດຕາມລະບຽບກົດໝາຍ ຫຼື ການສືບສວນຂອງເຈົ້າພະນັກງານ.
3. ຫຼັກການທາງກົດໝາຍໃນການປະມວນຜົນ
ບໍລິສັດຈະຮວບຮວມ ຫຼື ເປີດເຜີຍຂໍ້ມູນສ່ວນຕົວຂອງທ່ານ ສະເພາະເມື່ອເຂົ້າເງື່ອນໄຂຕໍ່ໄປນີ້:
- ທ່ານໄດ້ໃຫ້ຄວາມຍິນຍອມໄວ້ກັບບໍລິສັດ.
- ເພື່ອປ້ອງກັນ ຫຼື ລະງັບອັນຕະລາຍຕໍ່ຊີວິດ, ຊັບສິນ ຫຼື ອິດສະຫຼະພາບ.
- ເພື່ອການປະຕິບັດ ໜ້າທີ່ໃນການດຳເນີນກິດຈະການ ເພື່ອປະໂຫຍດສາທາລະນະ ຫຼື ການປະຕິບັດໜ້າ ທີ່ຕາມທີ່ລັດຖະບານມອບໝາຍ.
- ເພື່ອປະໂຫຍດອັນຊອບທຳວ່າດ້ວຍກົດໝາຍຂອງບໍລິສັດ ຫຼື ບຸກຄົນອື່ນ.
- ເພື່ອປະຕິບັດຕາມລະບຽບກົດໝາຍ.
4. ການເປີດເຜີຍ ແລະ ໂອນຖ່າຍຂໍ້ມູນ
4.1 ການເປີດເຜີຍຂໍ້ມູນສ່ວນບຸກຄົນ
ບໍລິສັດອາດເປີດເຜີຍຂໍ້ມູນສ່ວນບຸກຄົນໃຫ້ແກ່ບຸກຄົນພາຍນອກ ໃນກໍລະນີຕໍ່ໄປນີ້:
- ກຸ່ມບໍລິສັດໃນເຄືອ: ເພື່ອຈຸດປະສົງທາງການຕະຫຼາດ ແລະ ການດຳເນີນງານ.
- ໜ່ວຍງານລັດຖະບານ: ເພື່ອປະຕິບັດຕາມກົດໝາຍ, ຄຳຮ້ອງຂໍ ຫຼື ການປະສານງານທີ່ກ່ຽວຂ້ອງກັບການບັງຄັບໃຊ້ກົດໝາຍ.
4.2 ການໂອນຂໍ້ມູນສ່ວນບຸກຄົນໄປຕ່າງປະເທດ
ໃນກໍລະນີມີການໂອນຂໍ້ມູນໄປຕ່າງປະເທດ (ເຊັ່ນ: ການໃຊ້ບໍລິການ Cloud), ບໍລິສັດຈະກຳນົດມາດຕະຖານໃນຂໍ້ຕົກລົງ ເພື່ອໃຫ້ໝັ້ນໃຈວ່າ ອົງກອນປາຍທາງມີມາດຕະຖານການຄຸ້ມຄອງຂໍ້ມູນທີ່ສອດຄ່ອງກັບກົດໝາຍ ແລະ ຂໍ້ມູນໄດ້ຮັບ ການຄຸ້ມຄອງຢ່າງປອດໄພ (ເຊັ່ນ: ການເຂົ້າລະຫັດ).
5. ການຮັກສາຄວາມປອດໄພຂອງຂໍ້ມູນ
ບໍລິສັດມີຄວາມຕະໜັກໃນດ້ານຄວາມໝັ້ນຄົງປອດໄພ ແລະ ປະຕິບັດຕາມມາດຕະຖານສາກົນ (ເຊັ່ນ: ການໃຊ້ Private Key ແລະ Public Key) ເພື່ອປ້ອງກັນຂໍ້ມູນຈາກການຮົ່ວໄຫຼ, ແກ້ໄຂ ຫຼື ສູນຫາຍ. ພວກເຮົາມີມາດຕະການດັ່ງນີ້:
- ຈຳກັດສິດການເຂົ້າເຖິງ: ກຳນົດໃຫ້ສະເພາະບຸກຄົນທີ່ຈຳເປັນຕ້ອງໃຊ້ຂໍ້ມູນເທົ່ານັ້ນທີ່ສາມາດເຂົ້າເຖິງໄດ້.
- ການຮັກສາຄວາມລັບ: ບຸກຄົນທີ່ເຂົ້າເຖິງຂໍ້ມູນຕ້ອງຍຶດໝັ້ນໃນມາດຕະການປົກປ້ອງຂໍ້ມູນຢ່າງເຄັ່ງຄັດ.
- ຂໍ້ຕົກລົງກັບບຸກຄົນທີສາມ: ບໍລິສັດຈະກຳນົດມາດຕະການຮັກສາຄວາມປອດໄພທີ່ເໝາະສົມ ເມື່ອມີການເຮັດສັນຍາກັບບຸກຄົນທີສາມ.
6. ສິດຂອງເຈົ້າຂອງຂໍ້ມູນ
ທ່ານມີສິດຕາມກົດໝາຍ ພາຍໃຕ້ຂໍ້ກຳນົດ ແລະ ນະໂຍບາຍຂອງບໍລິສັດ ດັ່ງນີ້:
- ສິດຂໍຖອນຄວາມຍິນຍອມ: ທ່ານສາມາດຖອນຄວາມຍິນຍອມທີ່ເຄີຍໃຫ້ໄວ້ ເມື່ອໃດກໍ່ໄດ້, ເວັ້ນແຕ່ມີຂໍ້ຈຳກັດສິດນັ້ນໂດຍກົດໝາຍ ຫຼື ສັນຍາ.
- ສິດຂໍເຂົ້າເຖິງຂໍ້ມູນ: ທ່ານມີສິດເຂົ້າເຖິງຂໍ້ມູນຂອງທ່ານຜ່ານລະບົບບັນຊີ ຫຼື ຮ້ອງຂໍສຳ ເນົາຂໍ້ມູນຈາກບໍລິສັດ.
- ສິດໃນການໂອນຖ່າຍຂໍ້ມູນ: ທ່ານມີສິດຂໍຮັບຂໍ້ມູນຂອງທ່ານໃນຮູບແບບທີ່ອຸປະກອນທົ່ວໄປສາມາດອ່ານໄດ້ ແລະ ຂໍໃຫ້ ບໍລິສັດສົ່ງຂໍ້ມູນນັ້ນໄປຍັງຜູ້ຄວບຄຸມອື່ນ (ຖ້າບໍ່ຂັດຂ້ອງທາງເທັກນິກ).
- ສິດຂໍຂັດຄ້ານ: ທ່ານມີສິດຂັດຄ້ານການເກັບກຳຂໍ້ມູນ ເພື່ອປະໂຫຍດອັນຊອບທຳຂອງ ບໍລິສັດ. ບໍລິສັດຈະດຳເນີນການຕໍ່ເມື່ອສາມາດສະແດງເຫດຜົນຕາມກົດໝາຍທີ່ສຳຄັນ ກວ່າສິດພື້ນຖານຂອງທ່ານ.
- ສິດຂໍລະງັບການໃຊ້ຂໍ້ມູນ: ທ່ານມີສິດຂໍລະງັບການໃຊ້ຂໍ້ມູນຊົ່ວຄາວ ໃນກໍລະນີທີ່ບໍລິ ສັດກຳລັງກວດສອບຄຳຮ້ອງຂໍແກ້ໄຂ ຫຼື ຄັດຄ້ານຂອງທ່ານ.
- ສິດຂໍແກ້ໄຂຂໍ້ມູນ: ທ່ານມີສິດແກ້ໄຂຂໍ້ມູນຂອງທ່ານໃຫ້ຖືກຕ້ອງ ແລະ ເປັນປັດຈຸບັນ.
- ສິດຟ້ອງຮ້ອງ: ທ່ານມີສິດຟ້ອງຮ້ອງຕໍ່ໜ່ວຍງານທີ່ມີສິດອຳນາດ ຫາກເຊື່ອວ່າການ ເກັບກຳຂໍ້ມູນນັ້ນຝ່າຝືນກົດໝາຍ.
7. ນະໂຍບາຍການແກ້ໄຂຂໍ້ຂັດແຍ່ງ
ນະໂຍບາຍນີ້ກຳນົດຂະບວນການເພື່ອແກ້ໄຂຄວາມຂັດແຍ່ງລະຫວ່າງຄູ່ສັນຍາ ຫຼື ຜູ້ມີສ່ວນໄດ້ ສ່ວນເສຍ, ເຊິ່ງປະກອບດ້ວຍຂັ້ນຕອນດັ່ງນີ້:
1. ຂະບວນການຂັ້ນຕົ້ນ (Initial Process)
- ຄູ່ຄວາມຕ້ອງແຈ້ງຂໍຮ້ອງທຸກຄວາມຂັດແຍ່ງໃຫ້ອີກຝ່າຍໜຶ່ງຮັບຊາບ.
- ທັງສອງຝ່າຍຄວນພະຍາຍາມເຈລະຈາ ເພື່ອຫາຂໍ້ຕົກລົງກັນກ່ອນ.
2. ການໄກ່ເກ່ຍ (Mediation)
- ຖ້າບໍ່ສາມາດຕົກລົງກັນໄດ້, ທັງສອງຝ່າຍສາມາດໃຊ້ບຸກຄົນທີສາມ (ຜູ້ໄກ່ເກ່ຍ) ເພື່ອຊ່ວຍ ແນະນຳ ແລະ ຊອກຫາທາງອອກ.
- ຜູ້ໄກ່ເກ່ຍບໍ່ມີອຳນາດບັງຄັບ, ແຕ່ຊ່ວຍໃຫ້ທັງສອງຝ່າຍເຂົ້າໃຈບັນຫາ ແລະ ຕົກລົງ ຮ່ວມ ກັນ.
- ຜົນການໄກ່ເກ່ຍບໍ່ມີຜົນຜູກມັດ, ແຕ່ເປັນຂໍ້ແນະນຳໃນການຕັດສິນໃຈ.
3. ການຕັດສິນຊີ້ຂາດ (Arbitration)
- ຖ້າການໄກ່ເກ່ຍບໍ່ສຳເລັດ, ຄູ່ສັນຍາອາດມີຂໍ້ກຳນົດໃຫ້ມີການຕັດສິນໂດຍຄະນະຕັດສິນ (Arbitrator).
- ຜົນການຕັດສິນສ່ວນໃຫຍ່ມີຜົນຜູກມັດ ແລະ ຝ່າຍທີ່ເສຍປຽບຈະຕ້ອງປະຕິບັດຕາມ.
4. ການຟ້ອງຄະດີ (Litigation)
- ຖ້າບໍ່ສາມາດຫາຂໍ້ຕົກລົງໄດ້ໃນຂັ້ນຕອນກ່ອນໜ້າ, ອາດຕ້ອງໃຊ້ຂະບວນການຟ້ອງຄະດີຕໍ່ສານ.
- ສານຈະພິຈາລະນາຕາມຫຼັກກົດໝາຍ ແລະ ມີຄຳພິພາກສາບັງຄັບໃຊ້, ເຊິ່ງຖືເປັນອຳ ນາດສຸດທ້າຍ.
5. ຂໍ້ຄວນພິຈາລະນາໃນນະໂຍບາຍ
- ອຳນາດ: ຄູ່ຄວາມມີຂໍ້ຕົກລົງຈະໃຊ້ຂະບວນການໃດກ່ອນ.
- ຂັ້ນຕອນ: ຕ້ອງກຳນົດຂະບວນການແກ້ໄຂຄວາມຂັດແຍ່ງຢ່າງຊັດເຈນ.
- ຜົນຜູກມັດ: ຜົນການຕັດສິນຈະມີຜົນຜູກມັດ ຫຼື ບໍ່.
- ການໃຊ້ກົດໝາຍ: ຂະບວນການນີ້ຈະຖືກຄຸ້ມຄອງໂດຍກົດໝາຍໃດ.
