ເງື່ອນໄຂການບໍລິການ

ອັບເດດຄັ້ງລ່າສຸດ: 6 ພະຈິກ 2025

ສາລະບານ

1. ນິຍາມຜູ້ມີສ່ວນຮ່ວມ

ເຈົ້າຂອງແພລັດຟອມ: ເປັນຜູ້ທີ່ນຳເອົາ "ພາຈ່າຍ" ໄປເຊື່ອມຕໍ່ເພື່ອເຮັດການຊຳລະ ກັບແພລັດຟອມ ຫຼື ທຸລະກິດຂອງຕົນເອງ

ແພລັດຟອມ: ເປັນລະບົບໃດໜຶ່ງທີ່ເຊື່ອມຕໍ່ລະບົບການຊຳລະຂອງ ພາຈ່າຍ.

ລູກຄ້າແພລັດຟອມ: ເປັນຜູ້ທີ່ເຮັດການຊຳລະຜ່ານແພລັດຟອມຂອງເຈົ້າຂອງແພລັດຟອມ ຫຼື ຕົ້ນທາງການຊຳລະ

ທະນາຄານທີ່ຮັບຊຳລະ: ເປັນທະນາຄານທີ່ເຂົ້າຮ່ວມໃນລະບົບຂອງ ພາຈ່າຍ ເພື່ອຮັບ ຊຳລະຈາກລູກຄ້າ ແລະ ສົ່ງຕໍ່ເງິນໃຫ້ກັບເຈົ້າຂອງແພລັດຟອມ.

2. ຂໍ້ກຳນົດ ແລະ ເງື່ອນໄຂໃນການນຳໃຊ້

ຍິນດີຕ້ອນຮັບເຂົ້າສູ່ ພາຈ່າຍ, ໃນການນຳໃຊ້ການບໍລິການຂອງ ພາຈ່າຍ ນີ້ ຖືວ່າທ່ານ ຕົກລົງເຫັນດີ ທີ່ຈະປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂທີ່ ພາຈ່າຍ ໄດ້ກຳນົດໄວ້.

ພາຈ່າຍ ມີຈຸດມຸ່ງໝາຍເພື່ອຫັນປ່ຽນວິທີການທີ່ບຸກຄົນ ແລະ ທຸລະກິດຈັດການຂໍ້ມູນທາງດ້ານ ການເງິນຂອງຕົນ. ໃນຖານະທີ່ເປັນລະບົບບໍລິການສູນລວມທະນາຄານທີ່ເຊື່ອຖືໄດ້, ພາຈ່າຍ ຊ່ວຍໃຫ້ເຈົ້າຂອງແພລັດຟອມສາມາດເຊື່ອມຕໍ່ ກັບທະນາຄານທ້ອງຖິ່ນຫຼາຍແຫ່ງໄດ້ຢ່າງປອດໄພ, ໂດຍສະຫນອງໜ້າການຈັດການລວມຂອງແພລັດຟອມເຊັ່ນ: ລາຍງານການເງິນ, ລາຍງານ ທຸລະກຳ, ແລະ ຍອດເງິນຄົງເຫຼືອໃນແພລັດຟອມທີ່ສະດວກສະບາຍ.

ເປົ້າໝາຍຂອງ ພາຈ່າຍ ແມ່ນເພື່ອເຮັດໃຫ້ການຈັດການທາງດ້ານການເງິນງ່າຍຂຶ້ນ ແລະ ສະໜອງເຄື່ອງມືທີ່ຈຳເປັນເພື່ອ ເປັນຂໍ້ມູນໃນການຕັດສິນໃຈດ້ານທຸລະກິດຂອງທ່ານ.

ລະບົບ ພາຈ່າຍ ໃຫ້ຄວາມສຳຄັນກັບຄວາມປອດໄພ, ຄວາມເປັນສ່ວນຕົວ ແລະ ຄວາມສະດວກ ສະບາຍຂອງເຈົ້າຂອງແພລັດຟອມ. ດ້ວຍການເຂົ້າລະຫັດຂັ້ນສູງ, ມີກົນໄກໃນການກວດສອບ ສິດການເຂົ້າເຖິງທີ່ເຂັ້ມງວດ ແລະ ປະຕິບັດຕາມເກນມາດຕະຖານການປົກປ້ອງຂໍ້ມູນສ່ວນຕົວ ໃນລະດັບໂລກ.

ການບໍລິການ ຂອງ ພາຈ່າຍ ແມ່ນສ້າງຂຶ້ນເພື່ອມອບປະສົບການການໃຊ້ງານທີ່ດີ ແລະ ມີປະສິດທິພາບ ຊ່ວຍໃຫ້ເຈົ້າ ຂອງແພລັດຟອມໝັ້ນໃຈໃນຄວາມປອດໄພຂອງຂໍ້ມູນທາງດ້ານການເງິນຂອງຕົນ.

ດ້ວຍການມອບຂໍ້ມູນ ທີ່ເປັນປະໂຫຍດ ແລະ ຂໍ້ມູນທີ່ສາມາດນຳໄປ ປະຍຸກ ໃຊ້ໄດ້, ພາຈ່າຍ ຊ່ວຍໃຫ້ເຈົ້າຂອງແພລັດຟອມສາມາດຄວບຄຸມການເງິນ, ວາງແຜນຢ່າງ ມີປະ ສິດທິພາບ, ແລະ ຕັດສິນໃຈໃຫ້ສອດຄ້ອງກັບເປົ້າຫມາຍຂອງຕົນເອງ.

ນະໂຍບາຍນີ້ຈະກຳນົດເງື່ອນໄຂ ແລະ ຂໍ້ກຳນົດຕ່າງໆທີ່ຄວບຄຸມການນຳ ໃຊ້ບໍລິການການຮວບ ຮວມຂໍ້ມູນຂອງ ພາຈ່າຍ, ອະທິບາຍເຖິງ ຂອບເຂດການບໍລິການຂອງ ພາຈ່າຍ , ຫນ້າທີ່ຂອງ ເຈົ້າຂອງແພລັດຟອມ ແລະ ວິທີທີ່ ພາຈ່າຍ ປ້ອງກັນຂໍ້ມູນຂອງທ່ານ.

ພາຈ່າຍ ບໍ່ແມ່ນພຽງແຕ່ເຄື່ອງມື, ຍັງເປັນເພື່ອນຮ່ວມງານຂອງທ່ານ ໃນດ້ານຄວາມຊັດເຈນ ແລະ ການຄວບຄຸມຂອງຂໍ້ມູນທາງການເງິນ. ດ້ວຍຄວາມຄິດສ້າງສັນໃໝ່ໆ ແລະ ຄວາມມຸ່ງມັ່ນ ໃນຄວາມເປັນເລີດ, ພາຈ່າຍ ພ້ອມຊ່ວຍເຫຼືອທ່ານທຸກຂັ້ນຕອນ.

3. ເປົ້າໝາຍ

ພາຈ່າຍ ຖືກສ້າງຂຶ້ນມາດ້ວຍວິໄສທັດ ໃນການສົ່ງເສີມໃຫ້ຜູ້ໃຊ້ສາມາດຄວບຄຸມວິ ທີທາງການເງິນ ຂອງຕົນເອງໄດ້ຢ່າງເຕັມທີ່ ໂດຍເຮັດໃຫ້ ຂະບວນການຄວບຄຸມບັນຊີທະນາຄານ ແລະ ສະຖາບັນການເງິນຫລາຍໆແຫ່ງ ກາຍເປັນເລື່ອງງ່າຍ.

ທາງແພລັດຟອມ ໄດ້ຈັດຫາ ທາງ ອອກ ທີ່ຖືກລວມເຂົ້າກັນ ສຳລັບການເຂົ້າເຖິງ ແລະ ຕິດຕາມຂໍ້ມູນທາງ ການເງິນໄດ້ຢ່າງ ປອດ ໄພ ແລະ ມີປະສິດທິພາບ, ເຮັດໃຫ້ຜູ້ໃຊ້ສາມາດໂຟກັດຢູ່ກັບເປົ້າຫມາຍ ທາງການເງິນຂອງ ຕົນເອງ ໂດຍບໍ່ຕ້ອງເສຍເວລາໄປກັບຂະບວນການທີ່ຫຍຸ້ງຍາກ.

ຈຸດປະສົງຫລັກຂອງເຮົາ ແມ່ນການມອບປະສົບການທາງດ້ານການເງິນທີ່ຮຽບງ່າຍ ໂດຍການ ລວມຂໍ້ມູນ ທາງທະນາຄານໃຫ້ເຂົ້າກັນຢູ່ໃນຊ່ອງທາງທີ່ສອດຄ່ອງ ແລະ ສາມາດເຂົ້າໃຈໄດ້ງ່າຍ.

ເຊິ່ງນີ້ບໍ່ພຽງແຕ່ປະຢັດເວລາເທົ່ານັ້ນ, ແຕ່ຍັງໃຫ້ຄວາມຊັດເຈນ ແລະ ຂໍ້ມູນທີ່ສາມາດນຳໄປປະ ກອບການຕັດສິນໃຈທາງດ້ານການເງິນໄດ້ ຢ່າງມີປະສິດທິພາບ.

ພາຈ່າຍ ເນັ້ນໜັກໃຫ້ຄວາມສຳຄັນກ່ຽວ ກັບຄວາມປອດໄພ ແລະ ຄວາມເປັນສ່ວນຕົວ ຂອງຜູ້ ໃຊ້ງານເປັນອັນດັບທຳອິດ.

ຄວາມໂປ່ງໃສກໍແມ່ນ ພື້ນຖານອີກຢ່າງໜຶ່ງ ຂອງການບໍລິການຂອງເຮົາ, ພວກເຮົາສື່ສານ ຢ່າງຊັດເຈນວ່າຂໍ້ມູນໄດ້ຖືກນຳໃຊ້, ເກັບຮັກສາ ແລະ ແບ່ງປັນຢ່າງໃດ, ຊຶ່ງຊ່ວຍໃຫ້ຜູ້ໃຊ້ມີຄວາມມັ່ນໃຈ ແລະ ຍິນດີໃນການນຳໃຊ້ແພລັດ ຟອມ ຂອງເຮົາ.

ນອກຈາກການໃຫ້ຂໍ້ມູນຂ່າວສານ, ພາຈ່າຍ ຍັງໃຫ້ຜູ້ໃຊ້ດຳເນີນການທາງ ດ້ານການເງິນ ໄດ້ ໂດຍກົງ. ບໍ່ວ່າຈະເປັນການໂອນເງິນ, ການຊຳລະເງິນ, ຫລື ຕັ້ງຄ່າການແຈ້ງເຕືອນ ເຫດການ ທາງການເງິນທີ່ສຳຄັນ, ທາງແພລັດ ຟອມຂອງພວກເຮົາສ້າງຄວາມສະດວກ ແລະ ຄວາມເຊື່ອ ໃຈໃນທຸລະກຳ.

ດ້ວຍຄວາມມຸ່ງຫມັ້ນທີ່ຈະສ້າງປະສົບການທີ່ມີຜູ້ໃຊ້ເປັນສ່ວນກາງ, ພາຈ່າຍ ຖືກອອກແບບເພື່ອ ຜູ້ໃຊ້ງານສາມາດມອບຄວບຄຸມຢ່າງເຕັມທີ່.

ສຸດທ້າຍນີ້ຈຸດປະສົງຂອງ ພາຈ່າຍ ແມ່ນການປ່ຽນແປງ ຮູບແບບການຈັດການທາງການເງິນ ໃຫ້ປອດໄພ, ໂປ່ງໃສ, ແລະ ເສີມສິດໃຫ້ຜູ້ໃຊ້. ໂດຍການປະສົມປະສານເທັກໂນໂລຢີ ແລະ ຄວາມເຊື່ອໝັ້ນ, ພວກເຮົາມຸ້ງຫວັງ ຊ່ວຍໃຫ້ຜູ້ໃຊ້ສາມາດ ຂ້າມຜ່ານຊ່ອງທາງດ້ານການເງິນ ຂອງຕົນໃຫ້ມີຄວາມງ່າຍ ແລະ ມັ່ນໃຈ.

4. ນະໂຍບາຍການຢືນຢັນຕົວຕົນ (KYC)

ເພື່ອເຂົ້າເຖິງ ຟັງຊັນທີ່ເປັນ Production Mode ຂອງ ພາຈ່າຍ , ຜູ້ໃຊ້ຈະຕ້ອງເຮັດຂັ້ນຕອນການຢັ້ງຢືນຕົວຕົນ ແລະ ທຸລະກິດຂອງທ່ານ (KYC) ໃຫ້ສຳເລັດ. ຂໍ້ກຳນົດນີ້ບໍ່ພຽງແຕ່ຮັບປະກັນແຕ່ຄວາມປອດໄພ ແລະ ຄວາມສົມບູນ ຂອງທຸລະກຳທາງດ້ານ ການເງິນເທົ່ານັ້ນ, ແຕ່ຍັງປະຕິບັດຕາມມາດຕະຖານລະບຽບການສາກົນ ແລະ ທ້ອງຖິ່ນ.

ຂໍ້ມູນເຈົ້າຂອງແພລັດຟອມທັງໝົດ ທີ່ສະໜອງໃຫ້ໃນລະຫວ່າງການ KYC ຈະຕ້ອງມີຄວາມຖືກຕ້ອງ ແລະ ເປັນຂໍ້ມູນໃນປັດຈຸບັນ. ພາຈ່າຍ ຂໍສະຫງວນສິດ ໃນການ ລະງັບ ຫຼື ຍົກເລີກບັນຊີທີ່ພົບເຫັນວ່າເປັນຂໍ້ມູນທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ.

ຂໍ້ມູນທັງໝົດທີ່ເຈົ້າຂອງແພລັດຟອມສະໜອງໃຫ້ຈະຖືກເກັບໄວ້ເປັນຄວາມລັບແລະໃຊ້ເພື່ອການກວດສອບເທົ່ານັ້ນ.

ຂໍ້ມູນນີ້ແມ່ນມີຄວາມ ຈຳເປັນເພື່ອຮັບໃຊ້ການດຳເນີນທຸລະກິດຂອງທ່ານໃຫ້ດີຂຶ້ນ, ປະຕິບັດຕາມ ຂໍ້ກຳນົດກົດລະບຽບ ແລະ ກົດໝາຍວາງອອກ.

ຂະບວນການ KYC ເປັນຂັ້ນຕອນທີ່ສຳຄັນເພື່ອຮັບປະກັນ ຄວາມປອດໄພຂອງບັນຊີຜູ້ໃຊ້ແລະຂໍ້ມູນ.

ຂະບວນ ການນີ້ປົກປ້ອງການສໍ້ໂກງ, ການຟອກເງິນ, ແລະ ອາດຊະຍາກຳທາງ ດ້ານການເງິນອື່ນໆ, ຮັບປະກັນວ່າຜູ້ໃຊ້ທີ່ໄດ້ ຮັບອະນຸຍາດເທົ່ານັ້ນສາມາດເຂົ້າເຖິງການບໍລິການ ຂອງ ພາຈ່າຍ ໄດ້.

ໂດຍການເຮັດສຳເລັດຂະບວນການ KYC ຜູ້ໃຊ້ສາມາດ: ເຂົ້າເຖິງລະບົບນຳໃຊ້ແທ້ Production, ໄດ້ຮັບເວັບ Portal ທີ່ສາມາດ ເຫັນລາຍງານທາງດ້ານການເງິນ, ຍອດທຸລະກຳ, ຍອດ ເຄດິດ, ການ refund ແລະ ການເຄລມເງິນ, ຮັບປະກັນການປະຕິບັດຕາມລະບຽບການທະນາຄານ ແລະ ການເງິນ, ຫຼີກເວັ້ນການຂັດ ຂວາງ ການບໍລິການ.

ຂະບວນການ KYC ມີສອງແບບຄື: ຂະບວນການ KYC ສຳລັບບຸກຄົນ ແລະ ຂະບວນການ KYC ສຳລັບນິຕິບຸກຄົນ.

ພາຈ່າຍ ສະຫງວນສິດຄວາມປອດໄພຂອງຜູ້ໃຊ້ ແລະ ປະຕິບັດຕາມກົດລະບຽບ. ຂະບວນການ KYC ຊ່ວຍໃຫ້ພວກເຮົາສາມາດສ້າງ ລະບົບນິເວດທາງດ້ານການເງິນ ທີ່ປອດໄພທີ່ຜູ້ໃຊ້ສາ ມາດໄວ້ວາງໃຈໄດ້ວ່າຂໍ້ມູນ ແລະ ການເຮັດທຸລະກຳຂອງພວກເຂົາຖືກປົກປ້ອງ.

ຂະບວນການ KYC ສຳລັບບຸກຄົນ

ຂໍ້ມູນສ່ວນຕົວ
  • ຊື່ແທ້
  • ນາມສະກຸນ
  • ອີເມວ
  • ເບີໂທລະສັບ
ເອກະສານຢັ້ງຢືນຕົວຕົນ

ກະລຸນາອັບໂຫຼດສຳເນົາເອກະສານຢັ້ງຢືນຕົວຕົນຂອງທ່ານ. ໄຟລ໌ຮອງຮັບ: PNG, JPEG, JPG. ຂະໜາດສູງສຸດ 20MB.

ບັດປະຈຳຕົວ

ໃບຂັບຂີ່

ໜັງສືຜ່ານແດນ

ຂໍ້ມູນທຸລະກິດ
  • ຊື່ອົງກອນ
  • ປະເພດທຸລະກິດ
  • ປະເພດທຸລະກິດສຳຮອງ
  • ລາຍລະອຽດທຸລະກິດໂດຍຫຍໍ້
  • ມູນຄ່າການຊຳລະສະເລ່ຍຕໍ່ 1 ທຸລະກຳ
  • ເວັບໄຊທ໌
ຂໍ້ມູນບັນຊີທະນາຄານ
  • ຊື່ທະນາຄານ
  • ຊື່ບັນຊີ
  • ເລກບັນຊີ

ຂະບວນການ KYC ສຳລັບນິຕິບຸກຄົນ

ຂໍ້ມູນນິຕິບຸກຄົນ ຫຼື ທຸລະກິດ
  • ຊື່ນິຕິບຸກຄົນ ຫຼື ຊື່ທຸລະກິດ
  • ອີເມວທຸລະກິດ
  • ເບີໂທລະສັບທຸລະກິດ
  • ປະເພດທຸລະກິດ
  • ລາຍລະອຽດທຸລະກິດໂດຍຫຍໍ້
  • ມູນຄ່າການຊຳລະສະເລ່ຍຕໍ່ 1 ທຸລະກຳ
  • ທີ່ຢູ່ທຸລະກິດ
  • ເວັບໄຊທ໌
ເອກະສານຢັ້ງຢືນນິຕິບຸກຄົນ

ກະລຸນາອັບໂຫຼດສຳເນົາເອກະສານຢັ້ງຢືນນິຕິບຸກຄົນ. ໄຟລ໌ຮອງຮັບ: PNG, JPEG, JPG. ຂະໜາດສູງສຸດ 20MB.

  • ໃບທະບຽນວິສາຫະກິດ
  • ເອກະສານຢັ້ງຢືນຕົວຕົນເຈົ້າຂອງທຸລະກິດ
ຂໍ້ມູນບັນຊີທະນາຄານທຸລະກິດ
  • ຊື່ທະນາຄານ
  • ຊື່ບັນຊີທຸລະກິດ
  • ເລກບັນຊີທຸລະກິດ

5. ນະໂຍບາຍການເຄລມເງິນ

ເຈົ້າຂອງແພລັດຟອມສາມາດດຳເນີນການຮ້ອງຂໍການ ເຄລມເງິນໄດ້ ຫາກວ່າໄດ້ຮັບການຢັ້ງຢືນຈາກການຢືນຢັນຕົວ ຕົນ (KYC) ສຳເລັດແລ້ວ. ການ ເຄລມເງິນແມ່ນຈະດຳເນີນການອະນຸມັດພາຍໃນ 24 ຊົ່ວໂມງນັບຈາກເວລາຂອງການຮ້ອງ ຂໍ, ໂດຍມີເງື່ອນໄຂດັ່ງຕໍ່ໄປນີ້:

ຫຼັງຈາກທີ່ມີທຸລະກຳເກີດຂຶ້ນໂດຍຊຳລະຜ່ານ ພາຈ່າຍ ສາມາດເຄລມເງິນໄດ້ ທັນທີ ໂດຍ ເຄລມເງິນຜ່ານ Web Portal ທີ່ທາງ ພາຈ່າຍ ສະໜອງໃຫ້ກັບບັນດາ ຮ້ານຄ້າ E-Commerce, Platforms ຕ່າງໆ.

ຂັ້ນຕອນການເຄລມເງິນແມ່ນເລີ່ມຕົ້ນເມື່ອແອັດມິນກວດສອບຂໍ້ມູນທີ່ຈຳເປັນທັງໝົດ ສຳ ເລັດ.

ແອັດມິນຈະອະນຸມັດການເຄລມເງິນພາຍໃນ 24 ຊົ່ວໂມງແລ້ວລະບົບຈະໂອນເງິນຄືນ ໃຫ້ ລູກ ຄ້າພາຍໃນວັນລັດຖະການ (ຈັນ-ສຸກ ເວລາ 10:00-17:00).

ຂະບວນການເຄລມເງິນ

ການຮ້ອງຂໍການເຄລມເງິນ: ຂະບວນການເຄລມເງິນເລີ່ມຕົ້ນເມື່ອລູກຄ້າສົ່ງຄຳຮ້ອງຂໍ.

ການກວດສອບທຸລະກຳ: ແອັດມິນກວດສອບຂໍ້ມູນທຸລະກຳ ແລະ ອະນຸມັດການເຄລມ ເງິນ ພາຍໃນ 24 ຊົ່ວໂມງ.

ການເຄລມເງິນສຳເລັດ: ເງິນຈະຖືກໂອນເຂົ້າບັນຊີຂອງ ແພລັດຟອມພາຍໃນວັນລັດ ຖະການ (ຈັນ-ສຸກ ເວລາ 10:00 -17:00)

ຄ່າທຳນຽມ

ທຸກໆການທຸລະກຳທີ່ມີມູນຄ່າຕໍ່າກວ່າ ຫຼື ເທົ່າກັບ 40,000 ກີບ ພາຈ່າຍ ເກັບຄ່າທຳນຽມ 640 ກີບ ຕໍ່ທຸລະກຳ

ທຸກໆການທຸລະກຳທີ່ມີມູນຄ່າຫຼາຍກວ່າ 40,000 ກີບ ພາຈ່າຍ ເກັບຄ່າທຳນຽມ 1.6% ຕໍ່ທຸລະກຳ

ຄ່າບໍລິການເພີ່ມຕື່ມໃນການເຄລມເງິນແມ່ນ 5,000 ກີບ/ຄັ້ງ (ຄ່າບໍລິການອາດມີການ ປ່ຽນແປງຂຶ້ນກັບເງື່ອນໄຂທີ່ເຊື່ອມກັບບັນດາທະນາຄານ)

ຂໍ້ຈຳກັດໃນການນຳໃຊ້

ເຈົ້າຂອງແພລັດຟອມຫ້າມ ບໍ່ໃຫ້ມີສ່ວນຮ່ວມໃນກິດ ຈະກຳທີ່ກ່ຽວ ຂ້ອງກັບການສໍ້ໂກງ, ການຟອກເງິນ ຫຼື ກິດຈະກຳທາງດ້ານການເງິນທີ່ຜິດກົດຫມາຍ. ຫາກພົບ ເຫັນກິດຈະກຳທີ່ມີແນວໂນ້ມໃນການກະທຳທີ່ຜິດກົດໝາຍ ພາຈ່າຍ ຂໍສະຫງວນສິດ ໃນການລະ ງັບ ຫຼື ຍົກເລີກບັນຊີຂອງທ່ານໂດຍຈະໄດ້ແຈ້ງລ່ວງໜ້າຢ່າງໜ້ອຍ 03-30 ວັນ (ແລ້ວແຕ່ກໍລະນີ).

ການປ່ຽນແປງເງື່ອນໄຂ

ພາຈ່າຍ ຂໍສະຫງວນສິດໃນການແກ້ໄຂຂໍ້ກຳນົດ ແລະ ເງື່ອນ ໄຂຕ່າງໆໂດຍບໍ່ໄດ້ແຈ້ງລ່ວງໜ້າ.

6. ການຄືນເງິນ

ກໍລະນີ Error Case ຫຼື ການໂອນເງິນບໍ່ສຳເລັດ ແຕ່ມີການຫັກ ເງິນຈາກບັນຊີຂອງລູກຄ້າ ຫຼື ໃນກໍລະນີອື່ນໆທີ່ຄ້າຍກັນ ເຊັ່ນ: ໂອນເງິນແລ້ວແຕ່ ບໍ່ເຫັນເງິນເຂົ້າ ແລະ ໃນກໍລະນີອື່ນໆ

ຂະບວນການໃນການຄືນເງິນ

ການຮ້ອງຂໍການຄືນເງິນ: ຂະບວນການຄືນເງິນເລີ່ມຕົ້ນເມື່ອລູກຄ້າສົ່ງຄຳຮ້ອງຂໍ.

ການກວດສອບທຸລະກຳ: ແອັດມິນກວດສອບຂໍ້ມູນທຸລະກຳທີ່ເປັນ Error Case ແລະ ອະນຸມັດການຄືນເງິນພາຍໃນ 24 ຊົ່ວໂມງ.

ການຄືນເງິນສຳເລັດ:

ໃນກໍລະນີທີ່ລູກຄ້າໂອນເງິນຜ່ານທະນາຄານ BCEL One ແມ່ນທາງທະນາຄານ BCEL One ຈະໂອນເງິນຄືນໃຫ້ແບບອັດຕະໂນມັດທັນທີພາຍໃນ (ພາຍໃນ 2 ນາ ທີ),

ແຕ່ໃນກໍລະນີທີ່ເປັນທະນາຄານອື່ນເຊັ່ນ: Indochina Bank, JDB, LDB… ແມ່ນທາງ ແອັດມິນ ພາຈ່າຍ ຈະອະນຸມັດ ການຄືນເງິນພາຍໃນ 24 ຊົ່ວໂມງ ແລ້ວລະບົບຈະໂອນເງິນຄືນໃຫ້ລູກຄ້າໃນໂມງລັດຖະການ (ຈັນ-ສຸກ).

ຄ່າທຳນຽມໃນການຄືນເງິນ

ຄ່າບໍລິການໃນການຄືນເງິນ ພາຈ່າຍ ຈະເກັບຈາກທາງ ເຈົ້າຂອງແພລັດຟອມເພີ່ມ 1% ຕໍ່ທຸລະກຳທີ່ມີ ການຄືນເງິນ.